lo_jos_text_ulb_l3/07/06.txt

1 line
1.4 KiB
Plaintext

\v 6 ແລ້ວໂຢຊວຍກໍຈີກເສື້ອຜ້າຂອງຕົນ. ເຂົາ ແລະ ພວກຜູ້ນຳຂອງອິສະຣາເອນກໍເອົາຂີ້ຝຸ່ນດິນໂຮຍໃສ່ເທິງຫົວຂອງພວກເຂົາ ແລະ ຫມູບຫນ້າລົງພື້ນດິນທີ່ຫນ້າຫີບຂອງພຣະຢາເວ, ພວກເຂົາຢູ່ແຫ່ງນັ້ນແຕ່ເຊົ້າຈົນຄ່ຳ. \v 7 ຈາກນັ້ນໂຢຊວຍກ່າວວ່າ, " ຂ້າແດ່, ພຣະຢາເວພຣະຜູ້ເປັນເຈົ້າ, ເຫດໃດປະຊາຊົນເຫລົ່ານີ້ຂ້ວາມແມ່ນ້ຳຈໍແດນມາ ທີ່ນີ້? ພຣະອົງຊົງນຳປະຊາຊົນເຫລົ່ານີ້ຂ້ວາມແມ່ນ້ຳຈໍແດນມາ ເພື່ອມອບພວກຂ້ານ້ອຍໄວ້ໃນມືຂອງພວກອາໂມຣິດ ເພື່ອທຳລາຍພວກຂ້ານ້ອຍເສຍຢ່າງນັ້ນບໍ? ຖ້າພຽງແຕ່ພວກຂ້ານ້ອຍຕັດສິນໃຈທີ່ແຕກຕ່າງໄປ, ແລະ ພວກຂ້ານ້ອຍຄົງຍັງຢູ່ອີກຝັ່ງຫນຶ່ງຂອງແມ່ນ້ຳຈໍແດນ!