lo_jos_text_ulb_l3/06/23.txt

1 line
1.0 KiB
Plaintext

\v 23 ດັ່ງນັ້ນຊາຍຫນຸ່ມສອງຄົນທີ່ໄດ້ໄປສອດແນມກໍໄດ້ເຂົ້າໄປ ແລະ ນຳຣາຮາບອອກມາ. ພວກເຂົາໄດ້ນຳເອົາພໍ່, ແມ່, ອ້າຍ, ເອື້ອຍນ້ອງ ແລະ ຍາດພີ່ນ້ອງທຸກໆຄົນໃນຄອບຄົວຂອງນາງອອກມາ. ພວກເຂົາໄດ້ນຳຄົນເຫລົ່ານັ້ນໄປຍັງສະຖານທີ່ນອກຄ້າຍຢູ່ຂອງພວກອິສະຣະເອນ. \v 24 ພວກເຂົາເຜົາເມືອງ ແລະ ທຸກສິ່ງໃນນັ້ນ ພຽງແຕ່ເງິນ, ຄຳ, ແລະ ເຄື່ອງໃຊ້ທີ່ເປັນທອງເຫລືອງ ແລະ ເປັນເຫລັກ ເທົ່ານັ້ນໄດ້ຖືກນຳໄປໄວ້ທີ່ຄັງໃນພຣະວິຫານຂອງພຣະຢາເວ.