lo_jos_text_ulb_l3/06/17.txt

1 line
1.5 KiB
Plaintext

\v 17 ເມືອງ ແລະ ທຸກສິ່ງໃນເມືອງຈະຕ້ອງຖືກທຳລາຍລົງເພື່ອຖວາຍແດ່ພຣະຢາເວ, ມີພຽງຣາຮາບຍິງໂສເພນີເທົ່ານັ້ນທີ່ຈະລອດຊີວິດ - ຄື ນາງ ແລະ ທຸກຄົນທີ່ຢູ່ໃນບ້ານຂອງນາງເພາະວ່ານາງໄດ້ເຊື່ອງຜູ້ຊາຍທີ່ພວກເຮົາໄດ້ໃຊ້ໄປ. \v 18 ແຕ່ສຳລັບພວກທ່ານ, ຈົ່ງເຝົ້າຣະວັງກ່ຽວກັບການນຳສິ່ງຂອງຕ່າງໆທີ່ຈະຖືກທຳລາຍນັ້ນ, ພວກທ່ານຢ່າໄດ້ນຳສິ່ງໃດອອກມາ. ຖ້າພວກທ່ານເຮັດແບບນັ້ນ, ພວກທ່ານຈະເຮັດໃຫ້ຄ້າຍຂອງພວກອິສະຣາເອນຈະຕ້ອງຖືກທຳລາຍ ແລະ ພວກທ່ານຈະນຳບັນຫາມາ. \v 19 ເຄື່ອງໃຊ້ທັງຫມົດທີ່ເປັນເງິນ, ທອງຄຳ, ແລະ ສິ່ງຂອງທີ່ເຮັດດ້ວຍທອງສຳລິດ ແລະ ເຫລັກເປັນຂອງຖວາຍແດ່ພຣະຢາເວ. ຂອງພວກນັ້ນຈະຕ້ອງນຳໄປທີ່ຄັງຂອງພຣະຢາເວ."