lo_jos_text_ulb_l3/05/06.txt

1 line
1.5 KiB
Plaintext

\v 6 ສຳລັບປະຊາຊົນຂອງອິສະຣາເອນທີ່ເດີນທາງສີ່ສິບປີ ໃນຖິ່ນທຸຣະກັນດານຈົນກວ່າປະຊາຊົນທຸກຄົນກ່າວຄື, ປະຊາຊົນທຸກຄົນທີ່ເປັນນັກຮົບທີ່ໄດ້ອອກມາຈາກເອຢິບ, ໄດ້ເສຍຊີວິດ, ເພາະວ່າພວກເຂົາບໍ່ໄດ້ເຊື່ອຟັງສຽງຂອງພຣະຢາເວ. ພຣະຢາເວໄດ້ຊົງສັນຍາກັບພວກເຂົາໄວ້ວ່າ ພຣະອົງຈະບໍ່ອະນຸຍາດໃຫ້ພວກເຂົາ ໄດ້ເຫັນແຜ່ນດິນທີ່ພຣະອົງ, ຊົງສັນຍາໄວ້ກັບບັນພະບຸຣຸດຂອງພວກເຂົາວ່າ ພຣະອົງຈະປຣະທານ, ແຜ່ນດິນທີ່ມີນ້ຳນົມ ແລະ ນຳ້ເຜິ້ງເຕັມລົ້ນໃຫ້ເຮົາ. \v 7 ມີແຕ່ລູກຫລານຂອງພວກເຂົາທີ່ພຣະຢາເວ, ໄດ້ຊົງໃຫ້ມາແທນພວກເຂົານັ້ນທີ່ໂຢຊວຍໄດ້ເຮັດພິທີຕັດ, ເພາະວ່າພວກເຂົາບໍ່ໄດ້ເຂົ້າພິທີຕັດໃນລະຫວ່າງທາງ.