lo_jos_text_ulb_l3/04/12.txt

1 line
1.2 KiB
Plaintext

\v 12 ຄົນເຜົ່າຄົນຣູເບັນ, ຄົນເຜົ່າກາດ, ເເລະ ເຄິ່ງຫນຶ່ງຂອງຄົນເຜົ່າມານາເຊ ໄດ້ຂ້ວາມໄປ ຕໍ່ຫນ້າປະຊາຊົນອິສະລາເອນ ໄດ້ຈັດຕັ້ງເປັນກອງທັບ, ຕາມທີ່ໂມເຊໄດ້ສັ່ງໄວ້ກັບພວກເຂົາ. \v 13 ມີຄົນຖືອາວຸດຄົບມືພ້ອມທີ່ຈະເຂົ້າເຮັດເສິກປະມານສີ່ສິບພັນຄົນ, ໄດ້ຂ້ວາມໄປຢູ່ຊ້ອງຫນ້າພຣະຢາເວ, ເພື່ອໄປສູ່ທົ່ງຮາບພຽງຂອງເມືອງເຢຣີໂກ. \v 14 ໃນມື້ນັ້ນພະຢາເວ, ໄດ້ຊົງເຮັດໃຫ້ໂຢຊວຍຍິ່ງໃຫຍ່ໃນສາຍຕາຂອງອິສະຣາເອນທັງຫມົດ. ເຂົາທັງຫລາຍກໍ່ຍົກຍ້ອງທ່ານ ດັ່ງທີ່ພວກເຂົາເຄີຍຍົກຍ້ອງໂມເຊ ມາຕະຫລອດຊີວິດຂອງທ່ານ.