lo_jos_text_ulb_l3/02/01.txt

1 line
1.4 KiB
Plaintext

\c 2 \v 1 ຕໍ່ມາໂຢຊວຍລູກຂອງນູນສົ່ງຊາຍສອງຄົນຈາກເມື່ອງຊິດຕິມເປັນການລັບໄປສອດແນມ. ເຂົາກ່າວວ່າ, " ຈົ່ງໄປ, ກວດກາເບິ່ງໃຫ້ທົ່ວແຜ່ນດິນ, ສະເພາະຢ່າງຍິ່ງເມືອງເຢຣີໂກ." ພວກເຂົາກໍໄປ ແລະ ໄດ້ມາຮອດໃນບ້ານຂອງໂສເພນີຄົນຫນຶ່ງຊື່ຣາຮາບ, ແລະ ພວກເຂົາພັກຢູ່ທີ່ນັ້ນ. \v 2 ມີລາຍງານໄປເຖິງກະສັດຂອງເມືອງເຢຣີໂກ ວ່າ, "ຈົ່ງເບິ່ງເຖີດ, ຊາຍຊາວອິສະຣາເອນສອງຄົນໄດ້ມາທີ່ນີ້ເພື່ອສອດແນມເບີ່ງແຜ່ນດິນ." \v 3 ກະສັດຂອງເມືອງເຢຣີໂກ ໄດ້ຊົງມີຄຳສັ່ງໄປຍັງຣາຮາບ ແລະ ບອກວ່າ, "ຈົ່ງນຳຕົວຊາຍຜູ້ທີ່ມາຫາເຈົ້າ ເຂົ້າຢູ່ໃນບ້ານຂອງເຈົ້າ, ພວກເຂົາມາເພື່ອສອດແນມທົ່ວແຜ່ນດິນນີ້."