\v 42 ໂຢຊວຍໄດ້ຈັບພວກກະສັດເຫລົ່ານີ້ ແລະເມືອງຂອງພວກເຂົາໄດ້ໃນບັ້ນຮົບດຽວເພາະພຣະຢາເວ, ພຣະເຈົ້າຂອງອິສະຣາເອນໄດ້ຊົງສູ້ຮົບເພື່ອອິສະຣາເອນ. \v 43 ແລ້ວໂຢຊວຍ, ພ້ອມກັບຊາວອິສະຣາເອນທັງຫມົດກໍໄດ້ກັບໄປຍັງຄ້າຍທີ່ກິນການ.