\v 5 ໂຢຊວຍກ່າວກັບປະຊາຊົນວ່າ, "ຈົ່ງຊຳຣະຕົວຂອງພວກທ່ານໃຫ້ບໍຣິສຸດໃນມື້ອື່ນນີ້ ເພາະພຣະຢາເວຈະຊົງເຮັດການອັສະຈັນທ່າມກາງພວກທ່ານ." \v 6 ແລ້ວໂຢຊວຍໄດ້ສັ່ງພວກປະໂລຫິດວ່າ, "ຈົ່ງຫາມຫີບພັນທະສັນຍາ, ແລະຜ່ານໄປທາງຫນ້າປະຊາຊົນ." ດັ່ງນັ້ນພວກເຂົາກໍຫາມຫີບພັນທະສັນຍາ ແລະ ຍ່າງໄປທາງຫນ້າປະຊາຊົນ.