\v 18 ເມື່ອພວກເຮົາໄດ້ເຂົ້າມາໃນແຜ່ນດິນນີ້, ເຈົ້າຈົ່ງເອົາເຊືອກສີແດງນີ້ຜູກໄວ້ທີ່ປ້ອງຢ້ຽມທີ່ເຈົ້າໄດ້ຢ່ອນພວກເຮົາລົງໄປນັ້ນ, ແລະ ເຈົ້າຈົ່ງຮວບຮວມພໍ່ແມ່ພີ່ນ້ອງ ແລະ ທຸກຄົນໃນຄອບຄົວຂອງພໍ່ມາໄວ້ໃນບ້ານ. \v 19 ໃຜກໍຕາມທີ່ອອກນອກປະຕູບ້ານຂອງເຈົ້າໄປທີ່ຫົນທາງ, ເລືອດຂອງພວກເຂົາຈະຢູ່ເທິງຫົວຂອງພວກເຂົາ ແລະ ເຮົາຈະບໍ່ມີຄວາມຜິດ ແຕ່ຖ້າມື້ໃດມາແຕະຕ້ອງໃຜກໍຕາມທີ່ຢູ່ໃນບ້ານ, ເລືອດຂອງເຂົາຈະຢູ່ເທິງຫົວຂອງເຮົາ.