2019-11-24 17:36:37 +00:00
|
|
|
\v 25 ແລ້ວໂຢຊວຍກ່າວວ່າ, " ເປັນຫຍັງທ່ານຈຶ່ງນຳຄວາມທຸກຍາກມາໃຫ້ພວກເຮົາ? ພຣະຢາເວຈະຊົງນຳຄວາມທຸກຍາກມາເຖິງທ່ານໃນວັນນີ້." ພວກອິດສະຣາເອນທັງຫມົດກໍເອົາກ້ອນຫີນແກວ່ງໃສ່ເຂົາ ແລ້ວພວກເຂົາເອົາກ້ອນຫີນແກວ່ງໃສ່ພວກທີ່ເຫລືອ ແລະ ຈູດພວກເຂົາດ້ວຍໄຟ. \v 26 ພວກເຂົາເອົາກ້ອນຫີນຖົມທັບເຂົາໄວ້ເປັນກອງໃຫຍ່ທີ່ຍັງຢູ່ທີ່ນີ້ຈົນທຸກວັນນີ້. ພຣະຢາເວກໍຊົງຫັນຈາກຄວາມໂກດຮ້າຍຂອງພຣະອົງ, ດັ່ງນັ້ນສະຖານທີ່ແຫ່ງນີ້ຈຶ່ງຖືກເອີ້ນວ່າຮ່ອມພູອາໂຄມາຈົນເຖິງທຸກວັນນີ້.
|