2019-11-25 00:27:53 +00:00
|
|
|
\v 11 ການຈັດສັນທີ່ດິນສຳລັບເຜົ່າເບັນຢາມິນ ກໍໄດ້ຈັດແບ່ງໃຫ້ຕາມຕະກູນຂອງພວກເຂົາ. ຂອບເຂດດິນແດນທີ່ເປັນສ່ວນຂອງພວກເຂົາຕັ້ງຢູ່ລະຫວ່າງລູກຫລານຂອງຢູດາ ແລະ ລູກຫລານຂອງໂຢເຊັບ. \v 12 ທາງທິດເຫນືອຊາຍແດນຂອງພວກເຂົາເລີ້ມຈາກແມ່ນຳ້ຈໍແດນ ແລະຊາຍແດນກໍຂຶ້ນໄປເຖິງເນີນພູທາງທິດເຫນືອຂອງເຢຣີໂກ, ແລ້ວຂຶ້ນໄປດິນແດນເນີນພູທາງທິດຕາເວັນຕົກ. ແລ້ວໄປຈົນເຖິງຖິ່ນທຸລະກັນດານເບັດອາເວນ.
|