2019-11-24 20:25:09 +00:00
|
|
|
\v 29 ໂມເຊໄດ້ມອບມໍລະດົກໃຫ້ກັບເຜົ່າມານາເຊເຄິ່ງເຜົ່າ. ເປັນສ່ວນທີ່ໄດ້ມອບໃຫ້ແກ່ເຄິ່ງຫນຶ່ງຂອງຄົນເຜົ່າມານາເຊ, ຕາມຕະກູນຂອງພວກເຂົາ. \v 30 ອານາເຂດຂອງເຂົາທັງຫລາຍເລີ້ມຈາກມະຫານາອິມ, ບາຊານທັງຫມົດ ອານາຈັກຂອງເຈົ້າໂອກກະສັດຂອງບາຊານ, ແລະເມືອງທຸກເມືອງຂອງຢາອີຊຶ່ງຢູ່ໃນບາຊານຫົກສິບເມືອງ. \v 31 ກີເລອາດເຄິ່ງຫນຶ່ງ ແລະ ອັດຊະທາໂຣດ ແລະ ເອເດອີ (ເມືອງຕ່າງໆຂອງເຈົ້າໂອກໃນບາຊານ). ເມືອງເຫລົ່ານີ້ໄດ້ຖືກມອບໃຫ້ຕະກູນມາກີລູກຊາຍຂອງມານາເຊ - ຄືເຄິ່ງຫນຶ່ງຂອງຊາວມາກີ, ໄດ້ມອບໃຫ້ແກ່ແຕ່ລະຄອບຄົວຂອງພວກເຂົາ.
|