lo_jol_text_ulb_l3/03/16.txt

1 line
1.1 KiB
Plaintext

\v 16 ພຣະຢາເວຊົງເປັ່ງພຣະສຸລະສຽງຈາກພູຊີໂອນ, ແລະ ຊົງຮ້ອງສຽງດັງສະໜັ່ນຈາກເຢຣູຊາເລັມ. ຈົນຟ້າສະຫວັນ ແລະແຜ່ນດີນໂລກຈະຫວັ່ນໄຫວ, ແຕ່ພຣະຢາເວຊົງເປັນທີ່ກຳບັງໃຫ້ແກ່ໄພ່ພົນຂອງພຣະອົງ ແລະ ເປັນປ້ອມປາການໃຫ້ແກ່ຄົນອິດສະຣາເອນ. \v 17 “ເພື່ອພວກເຈົ້າຈະຮູ້ວ່າ ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ, ຜູ້ສະຖິດຢູ່ເທິງພູຊີໂອນອັນສັກສິດຂອງເຮົາ. ແລ້ວເຢຣູຊາເລັມຈະເປັນນະຄອນທີ່ສັກສິດ, ແລະບໍ່ມີຜູ້ໃດຈະເຂົ້າມາຮຸກຮານເມືອງນັ້ນອີກ.