lo_jhn_text_ulb_l3/01/29.txt

1 line
1.0 KiB
Plaintext

\v 29 ວັນຕໍ່ມາ ໂຢ­ຮັນເຫັນພຣະ­ເຢຊູກຳ­ລັງສະເດັດມາຫາທ່ານແລະທ່ານບອກວ່າ, “ເບິ່ງແມ, ພຣະ­ເມ­ສານ້ອຍຂອງພຣະ­ເຈົ້າ ຜູ້ທີ່ຈະມາເອົາຄວາມຜິດບາບຂອງ­ໂລກນີ້ອອກໄປ. \v 30 ນີ້ແມ່ນທ່ານທີ່ເຮົາກ່າວເຖີງວ່າຈະມີຜູ້ໜຶ່ງມາພາຍຫລັງເຮົາ ຊົງເປັນໃຫຍ່ກວ່າເຮົາ, ເພາະພຣະອົງຊົງເປັນຢູ່ກ່ອນເຮົາ. \v 31 ຂ້າພະເຈົ້າບໍ່ໄດ້ຮູ້­ຈັກທ່ານ, ແຕ່ເພື່ອໃຫ້ທ່ານຈະໄດ້ຖືກປະກົດແຈ້ງແກ່ຄົນອິ­ສຣາ­ເອນ ທີ່ຂ້າພະເຈົ້າໄດ້ມາໃຫ້ຮັບບັບ­ຕິ­ສະ­ມາໃນນ້ຳ.”