1 line
1.1 KiB
Plaintext
1 line
1.1 KiB
Plaintext
\v 7 ສາວົກທີ່ພຣະເຢຊູຊົງຮັກ ບອກເປໂຕວ່າ, “ແມ່ນອົງພຣະຜູ້ເປັນເຈົ້າ.” ເມື່ອຊີໂມນເປໂຕໄດ້ຍິນວ່າເປັນອົງພຣະຜູ້ເປັນເຈົ້າ, ທ່ານໄດ້ຈັບເອົາເສື້ອມານຸ່ງເພາະເປືອຍໂຕຢູ່ ແລ້ວກໍໂຕນລົງນ້ຳທະເລ. \v 8 ແຕ່ພວກສາວົກຄົນອື່ນໆ ນັ້ນນັ່ງເຮືອມາແລະລາກມອງທີ່ຖືກປາມາເຕັມນັ້ນມານຳ (ເພາະເຂົາບໍ່ຢູ່ໄກຈາກຝັ່ງຫລາຍ ໄກປະມານຫນຶ່ງຮ້ອຍແມັດເທົ່ານັ້ນ). \v 9 ເມື່ອພວກເຂົາຂຶ້ນເຖິງຝັ່ງກໍເຫັນຖ່ານຕິດໄຟຢູ່, ມີປາວາງຢູ່ຂ້າງເທິງ, ແລະມີເຂົ້າຈີ່. |