\v 28 ຢ່າປະຫລາດໃຈໃນເລື່ອງນີ້, ເພາະເວລານັ້ນຈະມາເຖິງ ເມື່ອທຸກຄົນທີ່ຢູ່ໃນຂຸມຝັງສົບຈະໄດ້ຍິນສຽງຂອງພຣະອົງ, \v 29 ແລະຈະອອກມາ: ສຳລັບຄົນເຫລົ່ານັ້ນທີ່ໄດ້ເຮັດການດີກໍຈະໄດ້ຟື້ນຄືນສູ່ຊີວິດ, ແຕ່ຄົນທີ່ໄດ້ເຮັດຄວາມຊົ່ວຮ້າຍຈະຄືນສູ່ການພິພາກສາລົງໂທດ.