lo_jhn_text_ulb_l3/15/20.txt

1 line
1.2 KiB
Plaintext

\v 20 ຈົ່ງລະ­ນຶກເຖິງຄຳທີ່ເຮົາໄດ້ກ່າວກັບທ່ານວ່າ, 'ຂ້ອຍໃຊ້ບໍ່ປັນໃຫຍ່ກວ່ານາຍຂອງຕົນ' ຖ້າເຂົາຂົ່ມ­ເຫງເຮົາ, ເຂົາກໍຈະຂົ່ມເຫງທ່ານດ້ວຍ; ຖ້າເຂົາເຮັດຕາມຂໍ້­ຄວາມຂອງເຮົາ, ເຂົາກໍຈະເຮັດຕາມຂໍ້­ຄວາມຂອງທ່ານດ້ວຍ. \v 21 ເຂົາຈະເຮັດສິ່ງເຫລົ່ານັ້ນແກ່ທ່ານ ເພາະນາມຂອງເຮົາ, ເພາະ­ວ່າພວກເຂົາບໍ່ຮູ້­ຈັກພຣະອົງຜູ້ສົ່ງເຮົາມາ. \v 22 ຖ້າເຮົາບໍ່ໄດ້ມາເພື່ອທີ່ຈະກ່າວສິ່ງເຫລົ່ານີ້ແກ່ພວກເຂົາ, ພວກເຂົາກໍຄົງບໍ່ມີບາບ, ແຕ່ຕອນນີ້ພວກເຂົາບໍ່ມີຂໍ້ແກ້ຕົວອັນໃດໃນເລື່ອງຄວາມບາບຂອງພວກເຂົາ.