\v 29 ພຣະບິດາຂອງເຮົາ ຜູ້ທີ່ມອບພວກເຂົາໄວ້ແກ່ເຮົາ ນັ້ນຍິ່ງໃຫຍ່ກວ່າທຸກຄົນ ແລະກໍບໍ່ມີໃຜທີ່ຈະອາດຍາດເອົາພວກເຂົາອອກຈາກພຣະຫັດຂອງພຣະບິດາໄດ້. \v 30 ເຮົາແລະພຣະບິດາຂອງເຮົາເປັນໜຶ່ງດຽວ.” \v 31 ແລ້ວພວກຄົນຢິວກໍຢິບເອົາກ້ອນຫີນຂື້ນມາເພື່ອຈະຄວ່າງພຣະອົງ.