\v 3 ນາຍປະຕູຈະໄຂປະຕູໃຫ້ແກ່ເຂົາ. ແກະໄດ້ຍິນສຽງຂອງເຂົາ ແລະເຂົາເອີ້ນແກະແຕ່ລະໂຕຕາມຊື່ແລະພາອອກໄປ. \v 4 ເມື່ອເຂົາພາແກະທັງໝົດອອກໄປຂ້າງນອກເອງ, ເຂົາກໍຍ່າງນຳໜ້າຝູງແກະ ແລະຝູງແກະກໍຕິດຕາມເຂົາ ເພາະແກະຮູ້ຈັກສຽງຂອງເຂົາ.