1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 19 ພຣະເຢຊູຊົງຊາບວ່າພວກເຂົາຕ້ອງການທີ່ຈະຖາມພຣະອົງ, ພຣະອົງຈຶ່ງຊົງກ່າວແກ່ພວກເຂົາວ່າ, “ນີ້ຄືສິ່ງທີ່ທ່ານກຳລັງຖາມກັນໃນໝູ່ພວກທ່ານເອງຫລືທີ່ວ່າ, ‘ອີກບໍ່ດົນ ທ່ານຈະບໍ່ເຫັນເຮົາ, ແລະພາຍຫລັງອີກບໍ່ດົນທ່ານກໍຈະເຫັນເຮົາ?' \v 20 ເຮົາບອກຄວາມຈິງແກ່ພວກທ່ານວ່າ, ທ່ານຈະຮ້ອງໄຫ້ແລະຮ່ຳໄຮ, ແຕ່ໂລກນັ້ນຈະຍິນດີ. ທ່ານຈະເຕັມໄປດ້ວຍຄວາມທຸກໂສກເສົ້າ, ແຕ່ຄວາມເສັຽໃຈຂອງທ່ານຈະປ່ຽນເປັນຄວາມຊື່ນຊົມຍິນດີ. \v 21 ເມື່ອຜູ້ຍິງນັ້ນໃຫ້ເກີດລູກ ນາງກໍມີຄວາມທຸກໂສກເພາະວ່າກຳນົດຂອງນາງມາເຖິງແລ້ວ, ແຕ່ເມື່ອນາງໄດ້ເກີດລູກຂອງນາງອອກມາແລ້ວ ນາງກໍຈະບໍ່ຣະນຶກເຖິງຄວາມເຈັບປວດຂອງນາງອີກ ເພາະມີຄວາມຊົມຊື່ນຍິນດີທີ່ລູກຂອງນາງໄດ້ເກີດມາໃນໂລກນີ້. |