\v 51 ໃນຂະນະທີ່ທ່ານກຳລັງກັບເມືອ, ຄົນໃຊ້ຂອງເພິ່ນກໍມາຕ້ອນຮັບ, ແລ້ວບອກວ່າລູກຂອງທ່ານມີຊີວິດຢູ່. \v 52 ເພິ່ນຈຶ່ງຖາມຄົນໃຊ້ວ່າ ເປັນເວລາໃດທີ່ລູກຊາຍຂອງເພິ່ນເຊົາປ່ວຍ. ພວກເຂົາຕອບວ່າ, “ມື້ວານນີ້ ເວລາປະມານບ່າຍໂມງທີ່ລາວເຊົາໄຂ້.”