1 line
1.1 KiB
Plaintext
1 line
1.1 KiB
Plaintext
\v 3 ແລະນີ້ແຫລະແມ່ນຊີວິດອັນຕະຫລອດໄປເປັນນິດ: ຄືການທີ່ພວກເຂົາຮູ້ຈັກພຣະອົງຜູ້ຊົງເປັນພຣະເຈົ້າທ່ຽງແທ້ອົງດຽວ, ແລະຮູ້ຈັກພຣະເຢຊູຄຣິດ, ທີ່ພຣະອົງຊົງໃຊ້ມາ. \v 4 ຂ້ານ້ອຍຖວາຍກຽດຕິຍົດແດ່ພຣະອົງໃນໂລກ ເພາະຂ້ານ້ອຍເຮັດກິຈະການທີ່ພຣະອົງຊົງໃຊ້ຂ້ານ້ອຍເຮັດນັ້ນສຳເລັດແລ້ວ. \v 5 ບັດນີ້, ຂ້າແດ່ພຣະບິດາ, ຂໍໂຜດໃຫ້ຂ້ານ້ອຍໄດ້ຮັບກຽດຕິຍົດຕໍ່ພຣະພັກຂອງພຣະອົງ ຄືກຽດຕິຍົດທີ່ຂ້ານ້ອຍມີຮ່ວມກັບພຣະອົງກ່ອນທີ່ໂລກນີ້ມີມາ. |