\v 9 ເຮົາເປັນປະຕູ. ຖ້າຜູ້ໃດເຂົ້າມາທາງເຮົາ, ຜູ້ນັ້ນຈະລອດ; ເຂົາຈະເຂົ້າອອກແລະພົບທົ່ງຫຍ້າ. \v 10 ຂະໂມຍນັ້ນມາເພື່ອຕ້ອງການຈະລັກ ຫລືຂ້າ ແລະທຳລາຍ, ແຕ່ເຮົາມາເພື່ອໃຫ້ຄົນເຫລົ່ານັ້ນໄດ້ມີຊີວິດ ແລະມີຊີວິດຢ່າງຄົບບໍຣິບູນ.