lo_jhn_text_ulb_l3/07/14.txt

1 line
813 B
Plaintext

\v 14 ເມື່ອງານເທດ­ສະ­ການຜ່ານ­ແລ້ວເຄີ່ງໜຶ່ງ, ພຣະ­ເຢຊູໄດ້ຂຶ້ນໄປຍັງພຣະ­ວິ­ຫານແລະເລີ່ມເທດສະນາສັ່ງ­ສອນ. \v 15 ແລ້ວພວກຢິວກໍເລີ່ມປະ­ຫລາດໃຈເວົ້າກັນວ່າ, “ເປັນຫຍັງຊາຍຄົນນີ້ມີຄວາມຮູ້ຫລວງຫລາຍ? ລາວບໍ່ເຄີຍໄດ້­ຮຽນມາກ່ອນແມ່ນບໍ?” \v 16 ພຣະ­ເຢຊູຊົງຕອບພວກເຂົາວ່າ, “ຄຳສອນນີ້ບໍ່ແມ່ນຂອງເຮົາ, ແຕ່ເປັນຂອງຜູ້ຊົງໃຊ້ເຮົາມາ.