1 line
1017 B
Plaintext
1 line
1017 B
Plaintext
\v 16 ດ້ວຍເຫດນີ້ ພວກຢິວຈຶ່ງຂົ່ມເຫງພຣະເຢຊູ, ເພາະວ່າພຣະອົງຊົງເຮັດການນີ້ໃນວັນຊະບາໂຕ. \v 17 ພຣະເຢຊູຕອບພວກເຂົາວ່າ, “ໃນຂະນະນີ້ ພຣະບິດາຂອງເຮົາກຳລັງເຮັດພາລະກິດຢູ່, ແລະເຮົາເອງກໍເຮັດຢູ່ເຫມືອນກັນ.” \v 18 ເຫດສັນນັ້ນ, ພວກຢິວຈິ່ງຫາທາງທີ່ຈະຂ້າພຣະອົງ ເພາະນອກຈາກພຣະອົງຈະທຳລາຍກົດວັນຊະບາໂຕແລ້ວ, ພຣະອົງຍັງເອີ້ນພຣະເຈົ້າວ່າເປັນພຣະບິດາຂອງຕົນເອງ, ຊຶ່ງເປັນການເຮັດຕົນສະເໝີພຣະເຈົ້າ. |