1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 12 ເມື່ອຂ້ານ້ອຍຍັງຢູ່ກັບພວກເຂົາ, ຂ້ານ້ອຍກໍພິທັກຮັກສາເຂົາ, ຜູ້ທີ່ພຣະອົງປະທານແກ່ຂ້ານ້ອຍໄວ້ໂດຍພຣະນາມຂອງພຣະອົງ. ຂ້ານ້ອຍປົກປັກພວກເຂົາໄວ້, ແລະບໍ່ມີຜູ້ໃດໃນພວກເຂົາຈິບຫາຍ, ນອກຈາກລູກແຫ່ງຄວາມຈິບຫາຍ, ເພື່ອໃຫ້ເປັນຈິງຕາມຂໍ້ພຣະທຳພີ. \v 13 ແຕ່ບັດນີ້ຂ້ານ້ອຍກຳລັງຈະໄປຫາພຣະອົງ, ຂ້ານ້ອຍກ່າວເຖິງສິ່ງນີ້ໃນໂລກ ເພື່ອໃຫ້ເຂົາໄດ້ຮັບຄວາມຊົມຊື່ນຍິນດີ ໃນຂ້ານ້ອຍຢ່າງເຕັມລົ້ນ. \v 14 ຂ້ານ້ອຍມອບພຣະທຳຂອງພຣະອົງໃຫ້ແກ່ພວກເຂົາແລ້ວ, ແລະໂລກນີ້ກຽດຊັງເຂົາ ເພາະເຂົາບໍ່ແມ່ນຝ່າຍໂລກ, ເໝືອນຢ່າງທີ່ຂ້ານ້ອຍບໍ່ແມ່ນຝ່າຍໂລກ. |