lo_jhn_text_ulb_l3/17/03.txt

1 line
1.1 KiB
Plaintext

\v 3 ແລະນີ້ແຫລະແມ່ນຊີ­ວິດອັນຕະ­ຫລອດໄປເປັນນິດ: ຄືການທີ່ພວກເຂົາຮູ້­ຈັກພຣະ­ອົງຜູ້ຊົງເປັນພຣະ­ເຈົ້າທ່ຽງແທ້ອົງດຽວ, ແລະຮູ້­ຈັກພຣະ­ເຢຊູ­ຄຣິດ, ທີ່ພຣະ­ອົງຊົງໃຊ້ມາ. \v 4 ຂ້າ­ນ້ອຍຖວາຍກຽດ­ຕິ­ຍົດແດ່ພຣະ­ອົງໃນໂລກ ເພາະຂ້າ­ນ້ອຍເຮັດກິ­ຈະການທີ່ພຣະ­ອົງຊົງໃຊ້ຂ້າ­ນ້ອຍເຮັດນັ້ນສຳ­ເລັດແລ້ວ. \v 5 ບັດນີ້, ຂ້າແດ່ພຣະ­ບິ­ດາ, ຂໍໂຜດໃຫ້ຂ້າ­ນ້ອຍໄດ້ຮັບກຽດ­ຕິ­ຍົດຕໍ່ພຣະ­ພັກຂອງພຣະ­ອົງ ຄືກຽດ­ຕິ­ຍົດທີ່ຂ້າ­ນ້ອຍມີຮ່ວມກັບພຣະ­ອົງກ່ອນທີ່ໂລກນີ້ມີມາ.