\v 5 ເພາະພຣະເຢຊູຊົງຮັກມາທາແລະນ້ອງສາວຂອງນາງແລະລາຊະໂຣ. \v 6 ເມື່ອພຣະອົງໄດ້ຍິນວ່າລາຊະໂຣປ່ວຍ, ພຣະເຢຊູຍັງຄົງພັກຢູ່ບ່ອນເດີມຕໍ່ອີກສອງວັນ. \v 7 ຫລັງຈາກນັ້ນ, ພຣະອົງກ່າວກັບພວກສາວົກຂອງພຣະອົງວ່າ, “ໃຫ້ເຮົາພາກັນໄປຍັງແຂວງຢູດາຍອີກຄັ້ງໜຶ່ງເທາະ.”