lo_jhn_text_ulb_l3/18/01.txt

1 line
1.1 KiB
Plaintext

\c 18 \v 1 ເມື່ອພຣະ­ເຢຊູກ່າວຢ່າງນີ້ແລ້ວ, ພຣະ­ອົງສະ­ເດັດອອກໄປກັບພວກສາ­ວົກຂອງພຣະ­ອົງຂ້າມຫ້ວຍກິດ­ໂຣນ, ໄປເຖິງສວນແຫ່ງໜຶ່ງ ພຣະ­ອົງສະ­ເດັດເຂົ້າໄປໃນສວນນັ້ນກັບພວກສາວົກ. \v 2 ຢູດາ, ຜູ້ທີ່ຈະທໍ­ລະຍົດພຣະ­ອົງກໍຮູ້­ຈັກບ່ອນນັ້ນເໝືອນກັນ, ເພາະ­ວ່າພຣະ­ເຢຊູກັບພວກສາ­ວົກເຄີຍມາພົບກັນທີ່ນັ້ນ ຫລາຍເທື່ອແລ້ວ. \v 3 ຢູ­ດາພາພວກທະ­ຫານ­ທີ່ມາຈາກພວກຫົວໜ້າປະໂລຫິດ ແລະພວກຟາ­ຣີ­ຊາຍແລະພວກເຈົ້າໜ້າທີ່ ພວກເຂົາຖືໂຄມ, ຖືກະ­ບອງ, ແລະອາ­ວຸດໄປທີ່ນັ້ນ.