lo_jhn_text_ulb_l3/13/36.txt

1 line
1.1 KiB
Plaintext

\v 36 ຊີ­ໂມນເປ­ໂຕໄດ້ທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ທ່ານຈະສະເດັດໄປໃສ?” ພຣະ­ເຢຊູຊົງຕອບວ່າ, “ບ່ອນທີ່ເຮົາຈະໄປນັ້ນ, ທ່ານຕາມເຮົາໄປບໍ່ໄດ້, ແຕ່ທ່ານຈະຕາມເຮົາໄປໃນພາຍ­ຫລັງ.” \v 37 ເປ­ໂຕທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ເປັນຫຍັງຈຶ່ງຕາມພຣະອົງໄປຕອນ­ນີ້ບໍ່ໄດ້? ຂ້າ­ນ້ອຍຈະສະ­ຫລະຊີວິດນີ້ຖວາຍແດ່ພຣະອົງ.” \v 38 ພຣະ­ເຢຊູຕອບວ່າ, “ທ່ານຈະສະ­ຫລະຊີ­ວິດຂອງທ່ານໃຫ້ເຮົາຫລື? ເຮົາບອກແກ່ທ່ານວ່າ, ກ່ອນໄກ່ຂັນທ່ານຈະປະຕິ­ເສດເຮົາສາມເທື່ອ.”