1 line
977 B
Plaintext
1 line
977 B
Plaintext
\v 24 ໂທມາ, ທີ່ເອີ້ນກັນວ່າ ດິດຸມັດຊຶ່ງເປັນສາວົກຜູ້ຫນຶ່ງໃນສິບສອງຄົນນັ້ນ, ບໍ່ໄດ້ຢູ່ກັບເຂົາເມື່ອພຣະເຢຊູສະເດັດມາ. \v 25 ສາວົກອື່ນໆຈຶ່ງບອກໂທມາວ່າ, “ເຮົາເຫັນອົງພຣະຜູ້ເປັນເຈົ້າແລ້ວ.” ແຕ່ໂທມາຕອບພວກເຂົາວ່າ, “ຖ້າຂ້ອຍບໍ່ເຫັນຮອຍຕະປູທີ່ຝ່າພຣະຫັດ, ແລະ ບໍ່ໄດ້ເອົານິ້ວມືຂອງຂ້ອຍແປະໃສ່ຮອຍຕະປູນັ້ນ, ແລະ ບໍ່ໄດ້ເອົາມືຂອງຂ້ອຍແປະໃສ່ຂ້າງເພິ່ນແລ້ວ, ຂ້ອຍຈະບໍ່ເຊື່ອ.” |