1 line
955 B
Plaintext
1 line
955 B
Plaintext
\c 20 \v 1 ບັດນີ້ໃນຕອນເຊົ້າວັນທຳອິດຂອງອາທິດ, ໃນຂະນະທີ່ຍັງມືດຢູ່, ມາຣິອາໄທມັກດາລາ ໄດ້ມາເຖິງອຸບໂມງຝັງສົບ ແລະ ນາງໄດ້ເຫັນກ້ອນຫີນທີ່ປິດປາກອຸບໂມງນັ້ນຖືກຍ້າຍອອກແລ້ວ. \v 2 ນາງຈຶ່ງແລ່ນໄປຫາຊີໂມນເປໂຕກັບສາວົກຄົນອື່ນທີ່ພຣະເຢຊູຊົງຮັກແພງນັ້ນ, ແລະ ເວົ້າກັບເຂົາວ່າ, “ເຂົາເອົາອົງພຣະຜູ້ເປັນເຈົ້າອອກຈາກອຸບໂມງແລ້ວ, ແລະ ເຮົາບໍ່ຮູ້ວ່າເຂົາເອົາພຣະອົງໄປໄວ້ທີ່ໃດ.” |