1 line
1.1 KiB
Plaintext
1 line
1.1 KiB
Plaintext
\v 23 ເມື່ອພວກທະຫານຄຶງພຣະເຢຊູໄວ້ທີ່ໄມ້ກາງແຂນແລ້ວ, ພວກເຂົາກໍເອົາເຄື່ອງຊົງຂອງພຣະອົງມາແບ່ງເປັນສີ່ພູດ, ໃຫ້ປັນກັນຜູ້ລະພູດ, ແຕ່ເອົາເສື້ອຊັ້ນໃນພຣະອົງຊຶ່ງບໍ່ມີດູກ ຕໍ່າເປັນຜືນດຽວທັງຜືນ. \v 24 ສະນັ້ນພວກເຂົາຈຶ່ງປຶກສາກັນວ່າ, “ເຮົາຢ່າຈີກແບ່ງກັນເທາະ ແຕ່ໃຫ້ຈົກສະຫລາກກັນ ຈະຮູ້ວ່າໃຜຈະໄດ້ເປັນຂອງ.” ທັງນີ້ເພື່ອໃຫ້ເປັນໄປຕາມຂໍ້ພຣະຄຳພີທີ່ຂຽນໄວ້ວ່າ, “ເສື້ອຜ້າຂອງຂ້າພຣະອົງເຂົາແບ່ງກັນ ແລະ ເສື້ອຂອງຂ້າພຣະອົງເຂົາຈົກສະຫລາກກັນ.” |