\v 5 ແມ້ແຕ່ພວກນ້ອງຊາຍຂອງພຣະອົງກໍບໍ່ເຊື່ອໃນພຣະອົງ. \v 6 ພຣະເຢຊູຈິ່ງເວົ້າກັບພວກເຂົາວ່າ, “ເວລາຂອງເຮົາຍັງບໍ່ເຖິງ ແຕ່ເວລາຂອງພວກເຈົ້ານັ້ນພ້ອມຢູ່ສະເໝີ. \v 7 ໂລກນີ້ຈະກຽດຊັງທ່ານບໍ່ໄດ້, ແຕ່ໂລກນີ້ຊັງເຮົາ ເພາະເຮົາໄດ້ເປັນພະຍານວ່າການງານຂອງໂລກນັ້ນຊົ່ວຮ້າຍ.