1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 16 ພຣະເຢຊູກ່າວກັບນາງວ່າ, “ມາຣິອາເອີຍ” ມາຣິອາກໍຫັນຫນ້າມາ, ແລະ ທູນພຣະອົງເປັນພາສາເຮັບເຣີວ່າ, “ຣັບໂບນີ” (ທີ່ແປວ່າ “ພຣະອາຈານ"). \v 17 ພຣະເຢຊູກ່າວກັບນາງວ່າ, “ຢ່າແຕະຕ້ອງເຮົາ, ເພາະເຮົາຍັງບໍ່ໄດ້ຂຶ້ນໄປຫາພຣະບິດາ, ແຕ່ເຈົ້າຈົ່ງໄປຫາພວກພີ່ນ້ອງຂອງເຮົາ ແລະບອກເຂົາວ່າ ເຮົາກຳລັງຈະຂຶ້ນໄປຫາພຣະບິດາຂອງເຮົາ, ແລະ ພຣະບິດາຂອງພວກທ່ານ ໄປຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກທ່ານ.” \v 18 ມາຣິອາຊາວມັກດາລາຈຶ່ງໄປບອກພວກສາວົກວ່າ, “ຂ້ານ້ອຍເຫັນອົງພຣະຜູ້ເປັນເຈົ້າແລ້ວ,” ແລະ ນາງກໍເລົ່າໃຫ້ພວກເຂົາວ່າ ພຣະອົງໄດ້ກ່າວຄຳເຫລົ່ານີ້ແກ່ຕົນ. |