lo_jhn_text_ulb_l3/19/31.txt

1 line
994 B
Plaintext

\v 31 ວັນນັ້ນເປັນມື້ຈັດແຈງ ພວກຢິວຈຶ່ງຂໍໃຫ້ປິລາດທຸບຂາຂອງຜູ້ທີ່ຖືກຄຶງໃຫ້ຫັກ, ແລະ ເພື່ອບໍ່ຢາກໃຫ້ສົບນັ້ນຄ້າງຢູ່ທີ່ໄມ້ກາງແຂນໃນວັນຊະ­ບາ­ໂຕ (ເພາະວັນຊະ­ບາ­ໂຕນັ້ນເປັນວັນສຳຄັນ). \v 32 ດັ່ງ­ນັ້ນ ພວກທະ­ຫານຈຶ່ງທຸບຂາຂອງຜູ້ທີ່ຫນຶ່ງ ແລະ ຂາຂອງອີກຄົນຜູ້ທີຖືກຄຶງຢູ່ກັບພຣະເຢຊູ. \v 33 ແຕ່ເມື່ອເຂົາມາເຖິງພຣະ­ເຢຊູ, ແລະ ເຫັນວ່າພຣະ­ອົງສິ້ນພຣະ­ຊົນແລ້ວ, ພວກເຂົາຈຶ່ງບໍ່ໄດ້ທຸບຂາຂອງພຣະ­ອົງ.