\v 16 ຕອນທຳອິດພວກສາວົກຂອງພຣະອົງຍັງບໍ່ໄດ້ເຂົ້າໃຈເຫດການເຫລົ່ານີ້; ແຕ່ເມື່ອພຣະເຢຊູຊົງຮັບກຽດຕິຍົດແລ້ວ, ພວກເຂົາຈຶ່ງລະນຶກເຖິງສິ່ງຕ່າງໆ ທີ່ມີຂຽນບັນທຶກໄວ້ກ່ຽວກັບພຣະອົງໄດ້ ແລະທີ່ຄົນທັງຫລາຍໄດ້ເຮັດສິ່ງເຫລົ່ານີ້ເພື່ອພຣະອົງ.