1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 4 ປີລາດກໍອອກໄປດ້ານນອກອີກແລະກ່າວກັບພວກເຂົາວ່າ, “ເບິ່ງແມ, ເຮົາພາຄົນນີ້ອອກມອບໃຫ້ພວກທ່ານ ຮູ້ວ່າເຮົາບໍ່ເຫັນຄວາມຜິດຈັກປະການໃນຕົວເພີ່ນເລີຍ.” \v 5 ພຣະເຢຊູຈຶ່ງສະເດັດອອກມາ, ຊົງພວງມາໄລທີ່ເຮັດດ້ວຍເຄືອຫນາມນັ້ນ ແລະຊົງຄຸມເສື້ອສີມ່ວງ. ປີລາດກ່າວກັບພວກເຂົາວ່າ, “ເບິ່ງຄົນນີ້ແມ.” \v 6 ເມື່ອພວກຫົວຫນ້າປະໂລຫິດ ແລະພວກເຈົ້າຫນ້າທີ່ໄດ້ເຫັນພຣະອົງເຂົາກໍໂຮ່ຮ້ອງຂຶ້ນວ່າ, “ຄຶງມັນເສຍ ຄຶງມັນ” ປີລາດກ່າວກັບເຂົາວ່າ, “ພວກເຈົ້າຈົ່ງພາເຂົາໄປຄຶງເອົາເອງ, ເພາະຝ່າຍເຮົາບໍ່ເຫັນວ່າເຂົາມີຄວາມຜິດເລີຍ.” |