\v 8 ພຣະເຢຊູຕອບວ່າ, “ເຮົາບອກທ່ານແລ້ວວ່າເຮົາເປັນຜູ້ນັ້ນ. ຖ້າທ່ານຊອກຫາເຮົາ, ກໍຈົ່ງປະຄົນເຫລົ່ານີ້ໄປເສຍ.” \v 9 ທັງນີ້ເພື່ອໃຫ້ເປັນຈິງຕາມພຣະທຳອົງຊົງກ່າວວ່າ, “ຄົນເຫລົ່ານັ້ນທີ່ພຣະອົງປະທານແກ່ຂ້ານ້ອຍ ບໍ່ໄດ້ສູນເສຍໄປແມ່ນແຕ່ຄົນດຽວ.”