\v 17 ພວກເຂົາຈຶ່ງພາພຣະເຢຊູອອກໄປ ໃຫ້ພຣະອົງຊົງແບກເອົາໄມ້ກາງແຂນຂອງພຣະອົງ ສະເດັດໄປເຖິງບ່ອນທີ່ເອີ້ນວ່າ "ກະໂຫລກຫົວ" ພາສາເຮັບເຣີເອີ້ນວ່າໂຄລະໂຄທາ. \v 18 ທີ່ນັ້ນພວກເຂົາໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນກັບອີກສອງຄົນ ຄົນລະຂ້າງ ໂດຍມີພຣະເຢຊູຊົງຢູ່ກາງ.