lo_jhn_text_ulb_l3/01/43.txt

1 line
988 B
Plaintext

\v 43 ວັນຕໍ່ມາ, ເມື່ອພຣະ­ເຢຊູຕ້ອງການຈາກໄປທີ່ແຂວງຄາ­ລີເລ, ພຣະ­ອົງຊົງພົບກັບຟີ­ລິບແລະກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”. \v 44 ຟີ­ລິບມາຈາກເບັດ­ຊາ­ອີ­ດາ, ເມືອງຂອງອັນເດ­ອາແລະເປ­ໂຕ. \v 45 ຟີ­ລິບໄດ້ພົບກັບນະ­ທາ­ນາ­ເອັນແລ້ວບອກກັບເຂົາວ່າ, “ເຮົາໄດ້ພົບພຣະອົງຜູ້ເຊິ່ງໂມ­ເຊໄດ້ກ່າວເຖິງໃນພຣະບັນຍັດ, ແລະທີ່ພວກຜູ້ປະ­ກາດພຣະ­ທັມໄດ້ກ່າວເຖິງຄື: ພຣະເຢ­ຊູລູກຂອງໂຢ­ເຊັບ, ຈາກເມືອງນາ­ຊາ­ເຣັດ.”