\v 46 ເຮົາໄດ້ເຂົ້າມາເປັນຄວາມສະຫວ່າງໃນໂລກນີ້, ເພື່ອຄົນທີ່ເຊື່ອໃນເຮົາຈະບໍ່ໄດ້ຢູ່ໃນຄວາມມືດອີກ. \v 47 ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາແຕ່ບໍ່ປະຕິບັດຕາມ, ເຮົາຈະບໍ່ພິພາກສາຜູ້ນັ້ນ; ເພາະເຮົາບໍ່ໄດ້ມາເພື່ອພິພາກສາໂລກນີ້, ແຕ່ມາເພື່ອຊ່ວຍໂລກນີ້ໃຫ້ລອດ.