\v 22 ພໍ່ແມ່ຂອງລາວທີ່ເວົ້າດັ່ງນີ້ກໍເພາະພວກເຂົາຢ້ານພວກຢິວ, ເນື່ອງຈາກພວກຢິວໄດ້ຕົກລົງກັນແລ້ວວ່າ, ຖ້າຜູ້ໃດຍອມຮັບວ່າຄົນນັ້ນເປັນພຣະຄຣິດ, ເຂົາຈະຕ້ອງຖືກໄລ່ອອກຈາກໂຮງທຳມະເທດສະໜາ. \v 23 ດ້ວຍເຫດນີ້ ພໍ່ແມ່ຂອງລາວຈຶ່ງເວົ້າວ່າ, “ລາວເປັນຜູ້ໃຫຍ່ແລ້ວ ຖາມລາວເອງ.”