1 line
1.4 KiB
Plaintext
1 line
1.4 KiB
Plaintext
\c 12 \v 1 ກ່ອນເຖິງເທສະການປັດສະຄາຫົກວັນ, ພຣະເຢຊູໄດ້ສະເດັດມາຮອດບ້ານເບັດທານີ, ທີ່ລາຊະໂຣຜູ້ທີ່ພຣະອົງຊົງບັນດານໃຫ້ຟື້ນຄືນຈາກຄວາມຕາຍອາສັຍຢູ່. \v 2 ພວກເຂົາໄດ້ຈັດຕຽມອາຫານແລງໃຫ້ພຣະອົງທີ່ນັ້ນ, ແລະມາທາກຳລັງຮັບໃຊ້ພຣະອົງ, ລາຊະໂຣເປັນຜູ້ໜຶ່ງທ່າມກາງຄົນເຫລົ່ານັ້ນ ທີ່ກຳລັງຮ່ວມຮັບປະທານຢູ່ກັບພຣະເຢຊູ. \v 3 ແລ້ວມາຣິອາກໍເອົານ້ຳມັນຫອມຈຳນວນໜຶ່ງລິດ ຊຶ່ງເຮັດຜະລິດມາຈາກນ້ຳມັນນາດາບໍຣິສຸດແລະລາຄາແພງ, ເທລົງທີ່ພຣະບາດຂອງພຣະເຢຊູ, ແລະເອົາຜົມຂອງນາງເຊັດພຣະບາດພຣະອົງ. ໃນເຮືອນກໍຫອມກຸ້ມເຕັມໄປດ້ວຍກິ່ນຫອມຈາກນ້ຳມັນຫອມນັ້ນ. |