lo_jhn_text_ulb_l3/12/34.txt

1 line
1.5 KiB
Plaintext

\v 34 ຝູງຄົນຕອບພຣະ­ອົງວ່າ, “ພວກເຮົາໄດ້ຍິນຈາກພຣະບັນຍັດແລ້ວວ່າ ພຣະ­ຄຣິດຈະຢູ່ຕະ­ຫລອດໄປເປັນ­ນິດ. ແລ້ວທ່ານກ່າວໄດ້ຢ່າງໃດວ່າ 'ພຣບຸດຈະຕ້ອງຖືກຍົກຂຶ້ນ?' ບຸດມະ­ນຸດນັ້ນຄືຜູ້ໃດກັນແທ້?" \v 35 ພຣະ­ເຢຊູຕອບເຂົາວ່າ, “ຄວາມສະ­ຫວ່າງຈະຍັງຢູ່ກັບພວກທ່ານອີກໜ້ອຍໜຶ່ງ. ຈົ່ງຍ່າງໃນຂະນະທີ່ທ່ານຍັງມີຄວາມສະ­ຫວ່າງຢູ່, ເພື່ອທີ່­ຄວາມມືດຈະໄລ່ຕາມທ່ານບໍ່ທັນ. ເພາະຜູ້ທີ່ຢ່າງໃນຄວາມມືດນັ້ນບໍ່ຮູ້ວ່າຕົນກຳລັງໄປທາງໃດ. \v 36 ໃນຂະນະທີ່ທ່ານຍັງມີຄວາມສະຫວ່າງຢູ່ນັ້ນ, ຈົ່ງເຊື່ອໃນຄວາມສະຫວ່າງເພື່ອທີ່ທ່ານຈະໄດ້ເປັນລູກຂອງຄວາມສະຫວ່າງດ້ວຍ.” ເມື່ອພຣະເຢຊູກ່າວສິ່ງເຫລົ່ານີ້ແລ້ວ ພຣະອົງກໍສະເດັດອອກໄປແລະຫລີ້ຕົວເອງຈາກພວກເຂົາ.