lo_jhn_text_ulb_l3/10/19.txt

1 line
796 B
Plaintext

\v 19 ດ້ວຍຂໍ້­ຄວາມນີ້ເອງກໍເຮັດໃຫ້ເກີດການແຕກແຍກອີກຄັ້ງທ່າມກາງພວກຄົນຢິວ. \v 20 ພວກເຂົາຫລາຍຄົນເວົ້າວ່າ, “ມັນມີຜິຮ້າຍສິງຢູ່ແລະມັນເປັນຄົນບ້າ, ພວກເຈົ້າເຂົ້າໄປຟັງມັນເຮັດຫຍັງ?” \v 21 ພວກອື່ນກໍເວົ້າວ່າ, “ນີ້ບໍ່ແມ່ນຄຳເວົ້າທີ່ມາຈາກຄົນທີ່ມີຜີຮ້າຍສິງຢູ່, ຜີຮ້າຍນັ້ນຈະເຮັດໃຫ້ຄົນຕາບອດເບິ່ງເຫັນໄດ້ຫລື?”