lo_jhn_text_ulb_l3/07/14.txt

1 line
807 B
Plaintext

\v 14 ເມື່ອງານເທ­ສະ­ການຜ່ານ­ແລ້ວເຄິ່ງໜຶ່ງ, ພຣະ­ເຢຊູໄດ້ຂຶ້ນໄປຍັງພຣະ­ວິ­ຫານແລະເລີ້ມເທສະນາສັ່ງ­ສອນ. \v 15 ແລ້ວພວກຢິວກໍເລີ້ມປະ­ຫລາດໃຈເວົ້າກັນວ່າ, “ເປັນຫຍັງຊາຍຄົນນີ້ມີຄວາມຮູ້ຫລວງຫລາຍ? ລາວບໍ່ເຄີຍໄດ້­ຮຽນມາກ່ອນແມ່ນບໍ?” \v 16 ພຣະ­ເຢຊູຊົງຕອບພວກເຂົາວ່າ, “ຄຳສອນນີ້ບໍ່ແມ່ນຂອງເຮົາ, ແຕ່ເປັນຂອງຜູ້ຊົງໃຊ້ເຮົາມາ.