lo_jhn_text_ulb_l3/05/01.txt

1 line
1.2 KiB
Plaintext

\c 5 \v 1 ຫລັງຈາກນັ້ນກໍມີງານເທ­ສະ­ການຂອງຄົນຢິວ, ພຣະ­ເຢຊູຈິ່ງສະ­ເດັດໄປຍັງນະຄອນເຢ­ຣູ­ຊາ­ເລັມ. \v 2 ຂະນະນັ້ນໃກ້ໆ ກັບປະ­ຕູແກະມີສະນ້ຳແຫ່ງຫນຶ່ງ ໃນພາ­ສາເຮັບ­ເຣີເອີ້ນວ່າ ເບັດ­ສາທາ, ມີສາ­ລາອ້ອມຢູ່ຫ້າຫລັງ. \v 3 ໃນສາ­ລາເຫລົ່າ­ນັ້ນມີຄົນປ່ວຍເປັນຈຳ­ນວນຫລາຍຄືຄົນຕາ­ບອດ, ຄົນຂາເສັ້ງ, ແລະຄົນອົງ­ຄະລີບນອນຢູ່ [ຄອຍຖ້ານ້ຳເຟືອນ. \v 4 ດ້ວຍວ່າມີເທ­ວະ­ດາຄົນຫນຶ່ງຂອງພຣະ­ຜູ້­ເປັນ­ເຈົ້າລົງມາກວນນ້ຳສະ­ນັ້ນເປັນຍາມ ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພະ­ຍາດທີ່ຕົນເປັນຢູ່ນັ້ນ].