lo_jhn_text_ulb_l3/01/19.txt

1 line
1.0 KiB
Plaintext

\v 19 ນີ້ເປັນຄຳພະ­ຍານຂອງໂຢ­ຮັນ ເມື່ອພວກຢິວຈາກນະຄອນເຢ­ຣູ­ຊາ­ເລັມໄດ້ສົ່ງພວກປະ­ໂລ­ຫິດແລະພວກຄົນເລ­ວີໄປຖາມທ່ານວ່າ, “ທ່ານເປັນໃຜ?” \v 20 ທ່ານຍອມຮັບ, ບໍ່ໄດ້ປະ­ຕິເສດແຕ່ຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນພຣະ­ຄຣິດ.” \v 21 ພວກເຂົາຈຶ່ງຖາມທ່ານອີກວ່າ, “ແລ້ວທ່ານເປັນໃຜ? ທ່ານແມ່ນເອ­ລີຢາແມ່ນບໍ?” ທ່ານຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນຜູ້ນັ້ນ.” ພວກເຂົາຖາມວ່າ, “ທ່ານຄືຜູ້ປະກາດພຣະ­ທັມແມ່ນບໍ?” ທ່ານຕອບວ່າ, “ບໍ່ແມ່ນ.”