\v 12 ແລ້ວພຣະ­ເຢຊູກ່າວກັບພວກເຂົາວ່າ, “ເຮົາເປັນຄວາມສະ­ຫວ່າງຂອງໂລກ; ຜູ້ທີ່ຕາມເຮົາມາຈະບໍ່ທຽວໄປໃນທີ່ມືດ ແຕ່ຈະມີຄວາມສະ­ຫວ່າງແຫ່ງຊີ­ວິດ.” \v 13 ພວກຟາ­ຣີ­ຊາຍກ່າວຕໍ່ພຣະ­ອົງວ່າ, “ທ່ານເປັນພະ­ຍານໃຫ້ແກ່ຕົວທ່ານເອງ; ຄຳພະ­ຍານຂອງທ່ານກໍບໍ່ຈິງ.”